ປະກັນໄພລົດ

ສະບາຍໃຈໄດ້ຕະຫຼອດເສັ້ນທາງ ຫມົດກັງວົນກັບອຸປະຕິເຫດທີ່ທ່ານ ບໍ່ຄາດຄິດ ເຮົາພ້ອມຄຸ້ມຄອງທັງຊີວິດ ແລະ ຊັບສິນຂອງທ່ານ ລວມເຖີງຄົນທີ່ທ່ານຮັກດ້ວຍປະກັນໄພລົດໃຫຍ່ທີ່ຫລາກຫລາຍ ພ້ອມສິດທິພິເສດທີ່ທ່ານເລືອກໄດ້ໃນລາຄາສະບາຍກະເປົາ.

ປະກັນໄພສຸຂະພາບ

ເພາະຊີວິດບໍ່ມີຫຍັງແນ່ນອນເຮົາພ້ອມຊ່ວຍເບິ່ງແຍງທ່ານ ໃຫ້ຫມັ້ນໃຈໃນທຸກຄ່າຮັກສາພະຍາບານກັບ ແຜນປະກັນໄພສຸຂະພາບຫລາຍຮູບແບບ ທີ່ເຮົາຄັດເລືອກມາເປັນພິເສດໂດຍສະເພາະສໍາຫລັບທ່ານເທົ່ານັ້ນ ພະຍາດຮ້າຍແຮງເທົ່າໃດເຮົາກໍ່ຄຸ້ມຄອງ.

ປະກັນໄພອຸປະຕິເຫດສ່ວນບຸກຄົນ

ອຸປະຕິເຫດເກີດຂຶ້ນໄດ້ກັບທຸກຄົນທຸກເວລາ ພຽງເລືອກຮູບແບບການເຮັດປະກັນອຸປະຕິເຫດ ທີ່ເຫມາະກັບຄວາມຕ້ອງການຂອງທ່ານ ຫມົດບັນຫາຄ່າໃຊ້ຈ່າຍທີ່ຈະຕາມມາພາຍຫລັງ.

ປະກັນໄພການເດີນທາງ

ທຸກການເດີນທາງທ່ານອາດໄດ້ພົບກັບອຸປະສັກທີ່ບໍ່ຢາກໃຫ້ເກີດຂຶ້ນ ແຕ່ທ່ານກໍ່ຍັງທ່ອງທ່ຽວໄດ້ຢ່າງຫາຍຫ່ວງກັບການປະກັນໄພຈາກເຮົາ ທີ່ໃຫ້ການຄຸ້ມຄອງຄວບຄຸມທັງກໍລະນີເຈັບເປັນ ຈາກອຸປະຕິເຫດຫລື ໄພຕ່າງໆ ຈາກການເດີນທາງຢ່າງຄົບຖ້ວນ.

ປະກັນໄພສຳລັບທີ່ຢູ່ອາໄສ ແລະ ຮ້ານຄ້າ

ອັນຕະລາຍຄວາມເສຍຫາຍຮ້າຍແຮງອາດເກີດກັບຊັບສິນ ແລະ ສິ່ງປູກສ້າງຂອງທ່ານ ໂດຍທີ່ທ່ານບໍ່ສາມາດປ້ອງກັນໄດ້ ຫມັ້ນໃຈໄດ້ຫລາຍກວ່າກັບປະກັນໄພຈາກເຮົາທີ່ພ້ອມຄຸ້ມຄອງ ຄວາມເສຍຫາຍທີ່ເກີດຂຶ້ນກັບທີ່ຢູ່ອາໄສ ລວມເຖິງຊັບສິນພາຍໃນສິ່ງປູກສ້າງຈາກ ອຸປະຕິເຫດຕ່າງໆ ໂດຍທ່ານສາມາດເລືອກຄວາມຄຸ້ມຄອງເພີ່ມເຕີມໄດ້ຕາມຄວາມຕ້ອງການ.